ບັ້ນຮົບໄຊຊະນະດຽນບຽນຝູ້  (ໃນໂອກາດວັນໄຊຊະນະດຽນບຽນຝູ້ຮົບຮອບ 70 ປີ,7/5/1954-7/5/2023)

ບັ້ນຮົບໄຊຊະນະດຽນບຽນຝູ້  (ໃນໂອກາດວັນໄຊຊະນະດຽນບຽນຝູ້ຮົບຮອບ 70 ປີ,7/5/1954-7/5/2023)
ຮຽບຮຽງໂດຍ: ວິໄລສັກ
ກ່ອນໜ້ານີ້ 70ປີ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍາດເອົາໄຊຊະນະປະຫວັດສາດ ດຽນບຽນຝູ້. ໄຊຊະນະດັ່ງກ່າວໄດ້ນຳໄປສູ່ການລົງນາມໃນສັນຍາເຊີແນວກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນ, ສ້າງປະຖົມປັດໄຈໃຫ້ປະຊາຊົນຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975. 
70ປີ, ພາຍຫຼັງໄຊຊະນະດຽນບຽນຝູ້, ປະຊາຊົນຫວຽດນາມ ແລະ ຝຣັ່ງ ໄດ້ຮ່ວມກັນສ້າງສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາ.ດຽນບຽນຝູ້ ແມ່ນບັ້ນຮົບໃຫຍ່ສຸດໃນສົງຄາມອິນດູຈີນຄັ້ງທີໜຶ່ງ ຊຶ່ງໄດ້ເກີດຂຶ້ນຢູ່ເມື່ອງແທັງເມືອງດຽນບຽນແຂວງລາຍເຈົາ (ປັດຈຸບັນແມ່ນນະຄອນດຽນບຽນຝູ້ ແຂວງດຽນບຽນ).
ບັ້ນຮົບ ດຽນບຽນຝູ້ ເປັນຂີດໝາຍ ແຫ່ງການປົດປ່ອຍຊາດ.
ຕີລາຄາກ່ຽວກັບຄວາມໝາຍປະຫວັດສາດຂອງໄຊຊະນະດຽນບຽນຝູ້, ປະທານ ໂຮ່ຈິມິນ ໄດ້ເວົ້າວ່າ:ນີ້ແມ່ນຫຼັກໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ,ແມ່ນບົດກອນລຳອຳມະຕະຂອງສົງຄາມປະຊາຊົນ. ສ່ວນທ່ານ ພົນເອກ ຫວໍງວຽນຢາບ ຢັ້ງຢືນວ່າ: ຫວຽດນາມສາມາດເຮັດໄດ້ສິ່ງທີ່ຄິດວ່າເປັນເທບນິຍາຍ ແຕ່ພັດກາຍເປັນຄວາມຈິງ.
ດ້ວຍໄຊຊະນະດຽນບຽນຝູ້, ສັນຍາເຊີແນວວ່າດ້ວຍການຢຸດຕິສົງຄາມ, ຟື້ນຟູສັນຕິພາບຢູ່ອິນດູຈີນ, ລຶບລ້າງການປົກຄອງຂອງຝຣັ່ງ, ການຮັບຮູ້ເອກະລາດຂອງ 3ຊາດອິນດູຈີນ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮັບການລົງນາມ. ເຄິ່ງໜຶ່ງຂອງດິນແດນຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ, ເປີດໄລຍະປະຕິວັດໃໝ່, ກໍ່ສ້າງພາກເໜືອໃນ ສັນຕິພາບ, ຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ, ເປັນແນວຫຼັງອັນໃຫຍ່ຫຼວງ ແລະ ໝັ້ນແກ່ນໃຫ້ແກ່ພາລະກິດທ້ອນໂຮມປະເທດຊາດ ເປັນເອກະພາບ.
ໄຊຊະນະດຽນບຽນຝູ້ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ວິວັດທະນາການປະຫວັດສາດ ຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການປ່ຽນແປງຂອງສະພາບການໂລກ, ເປີດຊ່ອງທາງໃຫ້ແກ່ຂະບວນການຍາດເອົາເອກະລາດ ແຫ່ງຊາດຂອງບັນດາປະເທດທີ່ເປັນຫົວເມືອງຂຶ້ນ.ທ່ານ ຄຣິສຕຽນ ຊີ ເລຊ (ມະຫາວິທະຍາໄລ North Carolina Chapel Hill, ອາເມຣິກາ) ກ່າວວ່າ: ບັ້ນຮົບດຽນບຽນຝູ້ ໄດ້ເຮັດໃຫ້ໂລກປ່ຽນແປງໄປ. ນັບແຕ່ປີ 1954-1964, ມີ 17ປະເທດ ໃນຈໍານວນ22 ປະເທດ ທີ່ເປັນຫົວເມືອງຂຶ້ນຂອງຝຣັ່ງໄດ້ຮັບເອກະລາດ. ສະເພາະຢູ່ອາຟຣິກາ, ໃນປີ 1960ມີ ເຖິງ 17 ປະເທດໄດ້ປະກາດເອກະລາດ.
 ໜ້າປະຫວັດສາດໃໝ່ໃນການພົວພັນຫວຽດນາມ - ຝຣັ່ງ
19 ປີພາຍຫຼັງໄຊຊະນະດຽນບຽນຝູ້, ໃນວັນທີ 12 ເມສາ 1973ຝຣັ່ງ ໄດ້ກາຍເປັນໜຶ່ງໃນບັນດາປະເທດເອີຣົບຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ນັບແຕ່ທ້າຍຊຸມປີ 80 ຂອງສະຕະວັດທີ 20, ຝຣັ່ງ ໄດ້ການຊ່ວຍເຫຼືອ ຫວຽດນາມ ດ້ານການເງິນ. ປີ 1993, ທ່ານ ຟຣານຄອຍສ ມິດເຕີເຣນ ແມ່ນປະທານາທິບໍດີຝຣັ່ງ ຄົນທຳອິດທີ່ເດີນທາງມາ ຢ້ຽມຢາມ ຫວຽດນາມ ຊຶ່ງເປັນຂີດໝາຍບາດກ້າວຫັນປ່ຽນທີ່ສຳຄັນໃນການພົວພັນກັບ ຫວຽດນາມ, ພິເສດແມ່ນບັນດາຍຸດທະສາດ ແລະ ນະໂຍບາຍທີ່ຝຣັ່ງ ປະຕິບັດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອາຊີ ປາຊີຟິກ. 
ປີ 2013, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 2 ປະເທດໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ. ໄລຍະທາງ5 ທົດສະວັດຜ່ານມາ, ການພົວພັນລະຫວ່າງຫວຽດນາມ ແລະ ຝຣັ່ງ ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ພິເສດແມ່ນໃນຂົງເຂດການຄ້າ, ດ້ວຍການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA), ວົງເງິນການຄ້າສອງຝ່າຍໄດ້ເຕີບໂຕຢ່າງຕໍ່ເນື່ອງ, ບັນລຸເກືອບ 8,5ຕື້ໂດລາ ໃນປີ 2022. ປັດຈຸບັນ, ຝຣັ່ງ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ໃນສະຫະພາບເອີຣົບ.
ກ່ຽວກັບການຮ່ວມມືພັດທະນາ, ຝຣັ່ງ ແມ່ນຜູ້ອຸປະຖຳແຖວໜ້າຂອງເອີຣົບ ໃຫ້ແກ່ ຫວຽດນາມແລະ ຫວຽດນາມ ແມ່ນອັນດັບທີ 2 ໃນບັນດາປະເທດໄດ້ຮັບທຶນຊ່ວຍເຫຼືອ (ODA) ຂອງ ຝຣັ່ງ ຢູ່ ອາຊີ ດ້ວຍຈຳນວນທຶນ 18,4 ຕື້ໂດລາ (ນັບແຕ່ປີ 1993 ເປັນຕົ້ນມາ). ທ່ານ Benoit Guidéeຫົວໜ້າກົມອາຊີ-ອົສຕຣາລີກະຊວງການຕ່າງປະເທດ ຝຣັ່ງ ເນັ້ນວ່າ:ສິ່ງທີ່ສ້າງເປັນກຳລັງແຮງໃຫ້ແກ່ການພົວພັນຫວຽດນາມ - ຝຣັ່ງແມ່ນເໜືອກວ່າທັງການເຈລະຈາດ້ານການເມືອງທີ່ມີຄຸນນະພາບ, ນັ້ນແມ່ນລະດັບຄວາມເຂັ້ມຂຸ້ນຂອງການພົວພັນດ້ານມະນຸດ. ເໜືອກວ່າທຸກປະເທດອື່ນໃນອາຊີ, ການພົວພັນລະຫວ່າງຝຣັ່ງ - ຫວຽດນາມໃນຂອບເຂດສະມາຄົມ, ວັດທະນະທຳ, ຊາວໜຸ່ມ, ນັກສຶກສາ ຫຼື ນັກຄົ້ນຄວ້າໃນທຸກຂົງເຂດນັບມື້ແຂງແຮງ. ນັບທັງຢູ່ໃນລະດັບສະມາຄົມມິດຕະພາບຫຼືອຳນາດການປົກຄອງທ້ອງຖິ່ນ. ນັ້ນແມ່ນສິ່ງທີ່ສ້າງເປັນກຳລັງແຮງແກ່ການພົວພັນ ຫວຽດນາມ ແລະ ຝຣັ່ງ.ປັດຈຸບັນ, ຝຣັ່ງ ພວມຕັ້ງໜ້າຜັນຂະຫຍາຍນະໂຍບາຍທີ່ຂະຫຍັນຂັ່ນເຄື່ອນ ແລະ ຮອບດ້ານ ມຸ່ງໄປສູ່ພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນ ຫວຽດນາມ ມີບົດບາດເປັນແກ່ນສານ.
ທ່ານດິງຕວານ ຖັງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໃຫ້ຮູ້ວ່າ:ການພົວພັນຫວຽດນາມ - ຝຣັ່ງ ໄດ້ກ້າວເຂົ້າສູ່ໄລຍະຮ່ວມມືໃໝ່ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ. ພວກເຮົາມີຄວາມຜູກພັນ ແລະ ໄດ້ຮັບການສະໜັບສະໜູນອັນໃຫຍ່ຫຼວງຈາກປະຊາຊົນສອງປະເທດ. ພ້ອມທັງມີການແບ່ງປັນລະຫວ່າງການນຳ 2 ປະເທດ ກ່ຽວກັບວິໄສທັດ ຂອງການພົວພັນສອງຝ່າຍໃນໄລຍະຈະມາເຖິງ ດ້ວຍບັນດາເສົາຄ້ຳສຳຄັນ, ບຸລິມະສິດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ.
70 ປີ, ໄດ້ຜ່ານໄປ ນັບແຕ່ວັນທຸງຊາດຂອງກອງທັບຫວຽດນາມປິວສະບັດ ຢູ່ເທິງຂຸມຫຼົບໄພຂອງນາຍພົນ De Castries. ປັດຈຸບັນ, ປະຊາຊົນສອງປະເທດ ຫວຽດນາມ ແລະ ຝຣັ່ງ ພວມພ້ອມກັນພັດທະນາ, ມຸ່ງໄປເຖິງບັນດາຫຼັກໝາຍໃໝ່ໃນການພົວພັນ 2 ຝ່າຍ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ